"ຄຳແນະນຳສຳລັບການດູແລ ແລະ ປິ່ນປົວພະຍາດໄຂ່ຫຼັງ" ເປັນໜັງສືໃນຮູບແບບພາສາລາວ ເພື່ອໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໄຂ່ຫຼັງສຳລັບຄົນທີ່ເປັນພະຍາດໄຂ່ຫຼັງ.
ອຸບັດການຂອງພະຍາດໄຂ່ຫຼັງແມ່ນເພີ່ມຂຶ້ນຢ່າງໄວວາ ແລະ ຄວາມຕື່ນຕົວຕໍ່ພະຍາດດັ່ງກ່າວໃນສັງຄົມຍັງຕໍ່າ. ການປິ່ນປົວພະຍາດໄຂ່ຫຼັງຊຳເຮື້ອໄລຍະສຸດທ້າຍແມ່ນມີຄ່າໃຊ້ຈ່າຍສູງ. ດັ່ງນັ້ນ ການປ້ອງກັນ ແລະ ບົ່ງມະຕິແຕ່ເນີ້ນໆເປັນສິ່ງທີ່ຈຳເປັນ.
"ຄຳແນະນຳສຳລັບການດູແລ ແລະ ປິ່ນປົວພະຍາດໄຂ່ຫຼັງ" ເປັນຄູ່ມືທີ່ສົມບູນແບບກະທັດຮັດ ແລະ ນໍາໃຊ້ງ່າຍ, ຂຽນໂດຍ ດຣ. ນຸດ ແສງທະວີສຸກ ແລະ ດຣ. ສັນໄຊ ປານເດຍ
ເນື້ອຫາຂອງໜັງສືແບ່ງອອກເປັນ 2 ສ່ວນ. ສ່ວນທໍາອິດເປັນການກ່າວເຖິງຄວາມຮູ້ພື້ນຖານກ່ຽວກັບໄຂ່ຫຼັງ ແລະ ພະຍາດໄຂ່ຫຼັງທີ່ສຳຄັນລວມເຖິງການປ້ອງກັນ. ຊື່ງໃນສ່ວນທຳອິດນີ້ມີໄວ້ເພື່ອໃຫ້ທຸກຄົນມີຄວາມຕື່ນຕົວ ແລະ ໃຫ້ຄວາມສຳຄັນຕໍ່ບັນຫາດັ່ງກ່າວ.
ສ່ວນທີ່ສອງປະກອບດ້ວຍຂໍ້ມູນພື້ນຖານກ່ຽວກັບການບົ່ງມະຕິ, ການດູແລ ແລະ ການປິ່ນປົວພະຍາດໄຂ່ຫຼັງທີ່ພົບໄດ້ເລື້ອຍໆ ທີ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບຄວນຮູ້.
ໜັງສືເຫຼັ້ມນີ້ຈັດທຳຂຶ້ນໂດຍແພດຊ່ຽວຊານທີ່ມີປະສົບການໃນການປິ່ນປົວຄົນທີ່ເປັນພະຍາດໄຂ່ຫຼັງ. ດັ່ງນັ້ນ ໜັງສືເຫຼັ້ມນີ້ຈະໃຫ້ຄຳຕອບຕໍ່ຄຳຖາມທີ່ຖືກຖາມເລື້ອຍໆຈາກຄົນເຈັບພະຍາດໄຂ່ຫຼັງ ແລະ ບຸກຄົນທົ່ວໄປກ່ຽວກັບບັນຫາຂອງໄຂ່ຫຼັງ ແລະ ການປ້ອງກັນ.
ກ່ຽວກັບໜັງສື
ວັນທີ່ຕີພິມ: 2017
ຮູບແບບ: ໜັງສືປົກອ່ອນ ຈຳນວນ 217 ໜ້າ
ຈັດພິມໃນຮູບແບບການບັນຍາຍ: ຄັ້ງທຳອິດ