ດຣ. ສັນໄຊ ປານເດຍ ເປັນຜູ້ກໍ່ຕັ້ງມູນລະນິທິເພື່ອການໃຫ້ຄວາມຮູ້ພະຍາດໄຂ່ຫຼັງ ເປົ້າໝາຍເພື່ອໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ່ຫຼັງແກ່ປະຊາຊົນທົ່ວໄປໃນທຸກຂົງເຂດ. ປະຈຸບັນໄດ້ມີການເຜີຍແຜ່ຄວາມຮູ້ໃນການປ້ອງກັນພະຍາດໄຂ່ຫຼັງໃນຫຼາຍໆພາສາໂດຍຜ່ານທາງໜັງສື ແລະ ທາງເວັບໄຊດ
ເວັບໄຊດທາງການສຶກສານີ້ຖືກສ້າງຂຶ້ນເພື່ອສ້າງຄວາມຕື່ນຕົວກ່ຽວກັບພະຍາດໄຂ່ຫຼັງໃນສັງຄົມ ແລະ ໃຫ້ຄວາມຮູ້ແກ່ຄົນເຈັບ ແລະ ພີ່ນ້ອງຂອງຄົນເຈັບ. ທ່ານສາມາດເຂົ້າໄປອ່ານໄດ້ໂດຍງ່າຍ ແລະ ດາວໂຫຼດໄດ້ຟຼີໃນເວັບໄຊດດຽວ ຊື່ງຄູ່ມືດັ່ງກ່າວຖືກແປມາເປັນພາສາຕ່າງໆເພື່ອເປັນປະໂຫຍດໃຫ້ທ່ານຜູ້ອ່ານ.
ທີມງານຂອງມູນລະນິທິເພື່ອການໃຫ້ຄວາມຮູ້ພະຍາດໄຂ່ຫຼັງ ປະກອບດ້ວຍແພດຊ່ຽວຊານທາງດ້ານພະຍາດໄຂ່ຫຼັງ ແລະ ຜູ້ທີ່ຕ້ອງການໃຫ້ຄວາມຊ່ວຍເຫຼືອ ແລະ ໃຫ້ບໍລິການຄົນເຈັບພະຍາດໄຂ່ຫຼັງ.